5 ສິ່ງທີ່ຄວນເຮັດກ່ອນຈະສະໝັກວຽກ (ໂດຍສະເພາະຜູ້ທີກໍາລັງເຂົ້າສູ່ເສັ່ນທາງສາຍອາຊີບໃໝ່ໆ) ການຊອກສະໝັກວຽກໃນປະຈຸບັນມັນບໍ່ແມ່ນເລື່ອງງ່າຍສະເໜີໄປສໍາລັບບາງຄົນ ບວກກັບສະຖານະການວິກິດໂຄວິດ-19 ໃນປະຈຸບັນແລ້ວຍິ່ງເຮັດໃຫ້ຍາກຂື້ນໄປອີກ ໂດຍສະເພາະນັກສຶກສາທີ່ຫາກໍ່ຈົບໃໝ່ໆ ຫລື ຜູ້ທີ່ກໍາລັງກ້າວເຂົ້າສູ່ເສັ້ນທາງສາຍອາຊີບໃໝ່ໆ. ບໍ່ວ່າຄົນທີ່ມີວຽກຢູ່ແລ້ວ ແລະ ຕ້ອງການທີ່ຈະປ່ຽນວຽກໃໝ່ ຫຼື ກໍາລັງວ່າງງານຢູ່ກໍ່ຕາມ. ໃນຂະນະທີ່ເຈົ້າກກໍາລັງຊອກສະໝັກວຽກ ຫຼື ກໍາລັງຍື່ນໃບສະໝັກຢູ່ນີ້ ເຈົ້າຈະຕ້ອງໝັ້ນໃຈເສຍກ່ອນວ່າ ເຈົ້າໄດ້ກຽມພ້ອມຢ່າງເຕັມທີ່ເພື່ອໃຫ້ໄດ້ວຽກໃນຝັນຂອງເຈົ້າ. ດ້ານລຸ່ມນີ້ແມ່ນ 5 ສິ່ງທີ່ເຈົ້າຄວນປະຕິບັດກ່ອນຈະສະໝັກວຽກ ເພື່ອຊ່ວຍໃຫ້ເຈົ້າໝັ້ນໃຈໄດ້ວ່າການຊອກວຽກຂອງເຈົ້າເປັນໄປຢ່າງລາບລື່ນ ແລະ ວ່ອງໄວເທົ່າທີ່ຈະເປັນໄປໄດ້. ອ່ານລາຍລະອຽດປະກາດຮັບສະໝັກວຽກຢ່າງຖີ່ຖ້ວນ ເຊື່ອວ່າຫຼາຍຄົນເມື່ອເຫັນປະກາດຮັບສະໝັກວຽກໃນຕໍາແໜ່ງທີ່ຕົນກໍາລັງຊອກສະໝັກຢູ່ແລ້ວກໍ່ຕັດສິນໃຈຍື່ນສະໝັກໂລດ ໂດຍບໍ່ໄດ້ໃຊ້ເວລາອ່ານປະກາດຮັບສະໝັກວຽກຢ່າງຖີ່ຖ້ວນເສຍກ່ອນ ຍິ່ງຖ້າເຫັນເງິນເດືອນທີ່ສູງໃນປະກາດຮັບສະໝັກຂອງບາງບໍລິສັດ ຍິ່ງແລ້ວກັນໃຫຍ່. ການອ່ານປະກາດຮັບສະໝັກວຽກຢ່າງທີ່ຖ້ວນມັນຈະເປັນປ...
ຄວາມແຕກຕ່າງລະຫວ່າງ ການຕະຫຼາດ ແລະ ການຂາຍ ຫຼາຍຄົນມັກຈະລວມ ການຂາຍ ແລະ ການຕະຫຼາດ ໄວ້ໃນໝວດໝູ່ດຽວກັນ, ແຕ່ວິທີການດໍາເນີນງານຂອງທັງສອງພະແນກນີ້ສ່ວນໃຫຍ່ແມ່ນມີຄວາມແຕກຕ່າງກັນຢ່າງສີ້ນເຊີງ. ເວົ້າໃນຄວາມຫມາຍທີ່ງ່າຍທີ່ສຸດຄື ການຕະຫຼາດ ແມ່ນການສ້າງຄວາມຮັບຮູ້ການມີຢູ່ຂອງ ອົງກອນ ແລະ ແບຣນ ໃຫ້ກັບລູກຄ້າທີ່ມີສັກກະຍະພາບ. ການຂາຍ ແມ່ນການປ່ຽນບັນດາຜູ້ຊົມເຫຼົ່ານັ້ນໃຫ້ກາຍເປັນຜົນກໍາໄລ, ໂດຍການປ່ຽນລູກຄ້າທີ່ມີສັກກະຍະພາບເປັນລູກຄ້າຂອງເຮົາຢ່າງສົມບູນແບບ. ເພື່ອໃຫ້ເຂົ້າໃຈຂື້ນຕື່ມອີກໃນດ້ານຄວາມແຕກຕ່າງລະຫວ່າງ ການຂາຍ ແລະ ການຕະຫຼາດ ພວກເຮົາຈະອະທິບາຍເປັນລໍາດັບສຳຄັນລຸ່ມນີ້: ການຂາຍແມ່ນຫຍັງ? ການຂາຍໝາຍເຖິງ ຂະບວນການຂາຍສິນຄ້າ ແລະ ບໍລິການ ໂດຍຈະມີການໂນ້ມນ້າວລູກຄ້າໃຫ້ມາຊື້ຜະລິດຕະພັນຂອງບໍລິສັດຕົນ ເປັນການໂອນກໍາມະສິດໃນໂຕຂອງຜະລິດຕະພັນ ຫຼື ບໍລິການເພື່ອແລກປ່ຽນກັບເງິນສົດ ຫຼື ຄ່າຕອບແທນອື່ນໆ. ວິທີການສ້າງຍອດຂາຍຈະມີຢູ່ຫຼາຍຮູບແບບ ແຕ່ໂດຍທົ່ວໄປແລ້ວມັກຈະກ່ຽວຂ້ອງກັບການສະແດງຜົນປະໂຫຍດຂອງຜະລິດຕະພັນທີ່ມີຕໍ່ລູກຄ້າຜ່ານການສາທິ...