Skip to main content

5 ສິ່ງທີ່ຄວນເຮັດກ່ອນສະໝັກວຽກ



5 ສິ່ງທີ່ຄວນເຮັດກ່ອນຈະສະໝັກວຽກ (ໂດຍສະເພາະຜູ້ທີກໍາລັງເຂົ້າສູ່ເສັ່ນທາງສາຍອາຊີບໃໝ່ໆ)

ການຊອກສະໝັກວຽກໃນປະຈຸບັນມັນບໍ່ແມ່ນເລື່ອງງ່າຍສະເໜີໄປສໍາລັບບາງຄົນ ບວກກັບສະຖານະການວິກິດໂຄວິດ-19 ໃນປະຈຸບັນແລ້ວຍິ່ງເຮັດໃຫ້ຍາກຂື້ນໄປອີກ ໂດຍສະເພາະນັກສຶກສາທີ່ຫາກໍ່ຈົບໃໝ່ໆ ຫລື ຜູ້ທີ່ກໍາລັງກ້າວເຂົ້າສູ່ເສັ້ນທາງສາຍອາຊີບໃໝ່ໆ. ບໍ່ວ່າຄົນທີ່ມີວຽກຢູ່ແລ້ວ ແລະ ຕ້ອງການທີ່ຈະປ່ຽນວຽກໃໝ່ ຫຼື ກໍາລັງວ່າງງານຢູ່ກໍ່ຕາມ. ໃນຂະນະທີ່ເຈົ້າກກໍາລັງຊອກສະໝັກວຽກ ຫຼື ກໍາລັງຍື່ນໃບສະໝັກຢູ່ນີ້ ເຈົ້າຈະຕ້ອງໝັ້ນໃຈເສຍກ່ອນວ່າ ເຈົ້າໄດ້ກຽມພ້ອມຢ່າງເຕັມທີ່ເພື່ອໃຫ້ໄດ້ວຽກໃນຝັນຂອງເຈົ້າ. ດ້ານລຸ່ມນີ້ແມ່ນ 5 ສິ່ງທີ່ເຈົ້າຄວນປະຕິບັດກ່ອນຈະສະໝັກວຽກ ເພື່ອຊ່ວຍໃຫ້ເຈົ້າໝັ້ນໃຈໄດ້ວ່າການຊອກວຽກຂອງເຈົ້າເປັນໄປຢ່າງລາບລື່ນ ແລະ ວ່ອງໄວເທົ່າທີ່ຈະເປັນໄປໄດ້.


  1. ອ່ານລາຍລະອຽດປະກາດຮັບສະໝັກວຽກຢ່າງຖີ່ຖ້ວນ

    ເຊື່ອວ່າຫຼາຍຄົນເມື່ອເຫັນປະກາດຮັບສະໝັກວຽກໃນຕໍາແໜ່ງທີ່ຕົນກໍາລັງຊອກສະໝັກຢູ່ແລ້ວກໍ່ຕັດສິນໃຈຍື່ນສະໝັກໂລດ ໂດຍບໍ່ໄດ້ໃຊ້ເວລາອ່ານປະກາດຮັບສະໝັກວຽກຢ່າງຖີ່ຖ້ວນເສຍກ່ອນ ຍິ່ງຖ້າເຫັນເງິນເດືອນທີ່ສູງໃນປະກາດຮັບສະໝັກຂອງບາງບໍລິສັດ ຍິ່ງແລ້ວກັນໃຫຍ່. ການອ່ານປະກາດຮັບສະໝັກວຽກຢ່າງທີ່ຖ້ວນມັນຈະເປັນປະໂຫຍດໃຫ້ເຮົາຫຼາຍຄື:

  • ສາມາດຊ່ວຍເຈົ້າຕັດສິນໃຈໄດ້ວ່າຕໍາແໜ່ງດັ່ງກ່າວເໝາະສົມກັບຕົວເຈົ້າ ແລະ ເປັນວຽກຫຼືຕໍາແໜ່ງທີ່ເຈົ້າຕ້ອງການແທ້ໆ.

  • ຊ່ວຍໃຫ້ເຈົ້າສາມາດປັບແກ້ຊີວະປະຫວັດ ແລະ ໜັງສືຂໍສະໝັກວຽກໃຫ້ເໝາະກັບລາຍລະອຽດປະກາດຮັບສະໝັກໄດ້ດີ.

ຜູ້ຈັດການຮັບສະໝັກຄົນເຂົ້າເຮັດວຽກໃນບໍລິສັດຂອງຕົນ ຂະເຈົ້າໄດ້ມີການລະບຸລາຍລະອຽດຕ່າງໆໃນລາຍລະອຽດປະກາດຮັບສະໝັກ ເພື່ອເປັນຂໍ້ມູນແກ່ຜູ້ສະໝັກເຂົ້າໃຈເນື້ອຫາຂອງການສະໝັກ ແລະ ຫນ້າທີ່ຮັບຜິດຊອບຖ້າເຈົ້າຖືກເລືອກ ເຊິ່ງຈະມີການໃຫ້ຄໍາແນະນໍາທີ່ຈໍາເປັນອື່ນໆລົງໃນປະກາດຮັບສະໝັກ. ໃນນັ້ນອາດລວມລາຍລະອຽດເຊັ່ນ ພວກເຂົາຕ້ອງການໜັງສືຂໍຮັບສະໝັກວຽກຫຼືບໍ? ພວກເຂົາຕ້ອງການລາຍລະອຽດຂອງໜ້າວຽກເຈົ້າກ່ອນໜ້ານີ້ຫຼືບໍ? ຫຼື ພວກເຂົາຕ້ອງການເອກະສານຫຍັງແດ່? ເປັນຕົ້ນ. ຖ້າເຈົ້າບໍ່ໄດ້ອ່ານລາຍລະອຽດຂອງປະກາດຮັບສະໝັກຢ່າງຖີ່ຖ້ວນເຈົ້າອາດຈະພາດລາຍລະອຽດສໍາຄັນຕ່າງໆ ແລະ ອາດຈະເຮັດໃຫ້ເຈົ້າພາດ ຫຼື ບໍ່ໄດ້ຮັບພິຈາລະນາເລີຍກໍ່ເປັນໄດ້.



  1. ອັບເດດບັນຊີສື່ອອນໄລນ໌ຂອງເຈົ້າ

    ກ່ອນທີ່ເຈົ້າຈະສະໝັກວຽກຄວນຈັດການບັນຊີສື່ສັງຄົມອອນລາຍຂອງເຈົ້າເສຍກ່ອນ ໂດຍສະເພາະ Facebook ເພາະເປັນສື່ສັງຄົມອອນໄລນ໌ທີ່ນິຍົມກັນໃນປະເທດລາວເຮົາ. ເປັນຫຍັງຈຶ່ງຕ້ອງຈັດການອັບເດດ? ເຈົ້າອາດຈະເຄີຍເຫັນໃບແບບຟອມສະໝັກວຽກຂອງບາງບໍລິສັດທີ່ຖາມເຖິງບັນຊີອອນໄລຂອງເຈົ້າເຊັ່ນ Facebook, Twitter, IG ເປັນຕົ້ນ  ເພາະສິ່ງທໍາອິດທີ່ຜູ້ຈັດການຮັບຄົນເຂົ້າເຮັດວຽກໃນບໍລິສັດໃດໜຶ່ງຈະຕ້ອງເຮັດຄືການເຂົ້າໄປສ່ອງເບິ່ງບັນຊີອອນໄລນ໌ ຂອງເຈົ້າ ວ່າເຈົ້າໄດ້ມີການເຄື່ອນໄຫວຫຍັງແດ່ ເພາະການຄອມເມັ້ນ ການແຊຣ໌ ຫຼື ການສະແດງແນວຄິດທາງສື່ສັງຄົມອອນໄລນ໌ອາດຈະມີຜົນຕໍ່ບໍລິສັດໄດ້ ຖ້າຫາກຮັບເຈົ້າມາເຮັດວຽກໃນອະນາຄົດ ບວກກັບຕະຫຼາດແຮງງານທີ່ມີການແຂ່ງຂັນກັນສູງໃນຊ່ວງວິກິດ ຫຼື ການຈໍາກັດຄົນເຂົ້າເຮັດວຽກຂອງບໍລິສັດເຈົ້າຈະຕ້ອງຈໍາເປັນທີ່ຈະຮັກສາຄວາມເປັນມືອາຊີບຂອງເຈົ້າໄວ້..  ມີຜູ້ແນະນໍາສາຍອາຊີບຫຼາຍຄົນ ອາດຈະໃຫ້ເຈົ້າຕັ້ງບັນຊີຂອງເຈົ້າເປັນສ່ວນຕົວ ແຕ່ທາງທີ່ດີທີ່ສຸດເຈົ້າຄວນມີອີກບັນຊີທີ່ເປັນບັນຊີທີ່ເຈົ້າສາມາດສະແດງຄວາມເປັນມືອາຊີບຂອງເຈົ້າ ເຊັ່ນວ່າ LinkedIn. 


  1. ຄົ້ນຂໍ້ມູນບໍລິສັດທີ່ເຈົ້າຈະສະໝັກວຽກນໍາ

 ກ່ອນທີ່ຈະສະໝັກວຽກກັບບໍລິສັດທີ່ເຈົ້າເລືອກໄວ້ ເຈົ້າຄວນສະຫຼະເວລາຄົ້ນຫາຂໍ້ມູນຂອງບໍລິສັດໂດຍພື້ນຖານເສຍກ່ອນ ເພາະວ່າການຮູ້ຈັກກັບບໍລິສັດທີ່ເຈົ້າຈະຍື່ນສະໝັກເປັນປະໂຫຍດຫຼາຍຢ່າງໃນຖານະເປັນຜູ້ສະໝັກຄົນໜຶ່ງ ເຊິ່ງມັນຈະຊ່ວຍໃຫ້ເຈົ້າສາມາດຂຽນໜັງສືຂໍສະໝັກວຽກ ແລະ ຊີວະປະຫວັດຂອງເຈົ້າໄດ້ດີທີ່ສຸດ ໂດຍການທໍາຄວາມເຂົ້າໃຈທຸລະກິດ ເປົ້າໝາຍ ແລະ ວິໄສທັດຂອງບໍລິສັດ ພ້ອມດຽວກັນມັນຈະຊ່ວຍໃຫ້ເຈົ້າສາມາດຄາດເດົາທິດທາງໃນຂັ້ນຕອນການສໍາພາດວຽກໄດ້. ນອກຈາກນີ້ຍັງຊ່ວຍໃຫ້ເຈົ້າສາມາດຕັດສິນໃຈໄດ້ວ່າບໍລິສັດນີ້ເໝາະສົມກັບເຈົ້າ ແລະ ເປົ້າໝາຍໃນດ້ານອາຊີບຂອງເຈົ້າຫຼືບໍ່.


  1. ພະຍາຍາມຕິດຕໍ່ກັບພະນັກງານຜູ້ໃນບໍລິສັດນັ້ນ

    ການໄດ້ໂອ້ລົມກັບພະນັກງານທີ່ກໍາລັງເຮັດວຽກຢູ່ໃນບໍລິສັດທີ່ພວກເຮົາກໍາລັງຈະສະໝັກວຽກ ເປັນວິທີທີ່ດີທີ່ສຸດ ເພາະມັນເປັນການສ້າງເຄື່ອຂ່າຍ(Network)ທີ່ດີຂອງເຈົ້າ ເພື່ອໃຫ້ເຂົ້າໃຈເພີ່ມຂື້ນກ່ຽວກັບໜ້າວຽກ ຫຼື ຂໍຄໍາແນະນໍາຈາກເຂົາເຈົ້າກ່ຽວກັບຄໍາຖາມເລື່ອງວຽກ. ເຈົ້າອາດຈະຖາມເຂົ້າເຈົ້າເລື່ອງສະພາບແວດລ້ອມການເຮັດວຽກຢູ່ໃນບໍລິສັດ, ວັດທະນະທໍາຂອງອົງກອນ, ບໍລິສັດຕ້ອງການຫຍັງຈາກພະນັກງານ ແລະ ວິທີການຮັບຄົນເຂົ້າເຮັດວຽກໃນບໍລິສັດ. ເຈົ້າຍັງສາມາດຖາມເຖິງຕໍາແໜ່ງທີ່ເຈົ້າກໍາລັງສະໝັກເພື່ອຫາຂໍ້ມູນເພີ່ມເຕີມກ່ຽວກັບຕໍາແໜ່ງນັ້ນ. ເຊິ່ງເຈົ້າສາມາຕິດຕໍ່ຫາພະພັກງານທີ່ກໍາລັງເຮັດວຽກຢູ່ໃນບໍລິສັດນັ້ນຜ່ານສື່ອ່ອນລາຍ, ຈາກໝູ່ຂອງໝູ່ ຫຼື ຈາກໂປຣຟາຍ LinkedIn ເຈົ້າອາດຈະເລີ່ມຕົ້ນດ້ວຍການສົ່ງອີເມລ ການແຊັດ ຫຼື ຂໍ້ເບີຕິດຕໍ່ຈາກໝູ່ຂອງໝູ່. ສິ່ງສໍາຄັນຢ່າລືມ ແນະນໍາຕົວເອງຕໍ່ກັບຂະເຈົ້າວ່າເຈົ້າແມ່ນໃຜ ແລະ ຈຸດປະສົງໃນການຕິດຕໍ່ຫາເຂົາເຈົ້າແມ່ນຫຍັງ. ພວກເຂົ້າຈະຊ່ວຍເຈົ້າໄດ້ດີຫຼາຍທີ່ສຸດຖ້າເຂົາເຈົ້າເຕັມໃຈທີ່ຈະຊ່ວຍເຈົ້າ. ຖ້າເຈົ້າບໍ່ສາມາດທີ່ຈະຕິດຕໍ່ກັບພະນັກງານທີ່ກໍາລັງເຮັດວຽກໃນປັດຈຸບັນໄດ້ ເຈົ້າອາດຈະຫາ ລີວິວຂອງພະນັກງານທີ່ເຮັດວຽກຢູ່ໃນບໍລິສັດນັ້ນຈາກໂປຣຂອງບໍລິສັດເອງກໍ່ໄດ້ ຫລື ສະຖານທີ່ອື່ນໆ ເພາະມັນຈະໃຫ້ໄອເດຍທີ່ສໍາຄັນແກ່ເຈົ້າຢ່າງແນ່ນອນ. 


  1. ປັບແກ້ຊີວະປະຫວັດ ແລະ ໜັງສືຂໍສະໝັກວຽກຂອງເຈົ້າໃຫ້ເໝາະສົມ

    ຫາກເຈົ້າມີຊີວະປະຫວັດຫຍໍ້ ແລະ ໜັງສືສະໝັກວຽກໂດຍທົ່ວໄປຢູ່ແລ້ວ ມັນອາດໃຊ້ໄດ້ຜົນໃນບາງຄັ້ງເທົ່ານັ້ນຖ້າເຈົ້າໃຊ້ມັນຍື່ນສະໝັກວຽກ ແຕ່ທາງທີ່ດີເຈົ້າຄວນປັບໃຫ້ມັນເໝາະສົມກັບຕໍາແໜ່ງທີ່ເຈົ້າກໍາລັງຍື່ນສະໝັກທຸກຄັ້ງດີກ່ວາ. ໂດຍປັບແກ້ໃຫ້ເໝາະສົມຈາກຂໍ້ມູນທີ່ເຈົ້າໄດ້ຄົ້ນຄ້ວາກ່ອນໜ້ານີ້ກ່ຽວກັບບໍລິສັດ ແລະ ຈາກການອ່ານລາຍລະອຽດປະກາດຮັບສະໝັກຢ່າງຖີ່ຖ້ວນ. ການປັບແກ້ທຸກຄັ້ງໃຫ້ເຂົ້າກັບຕໍາແໜ່ງທີ່ສະໝັກຈະເຮັດໃຫ້ຊີວະຫວັດຫຍໍ້ ແລະ ຈົດໝາຍຂໍສະໝັກວຽກຂອງເຈົ້າເດັ່ນຂື້ນກ່ວາຜູ້ສະໝັກຄົນອື່ນໆ. ໃນການປັບແກ້ເຈົ້າອາດຈະລົບຂໍ້ມູນທີ່ບໍ່ກ່ຽວຂ້ອງກັບຕໍາແໜ່ງສະໝັກປະຈຸບັນອອກໄປ ຫຼື ຂຽນໜັງສືຈົດໝາຍຂໍສະໝັກວຽກຂື້ນມາໃຫມ່ ເພື່ອລະບຸຢ່າງຊັດເຈນກ່ຽວກັບຄຸນລັກສະນະ ແລະ ປະສົບການທີ່ກ່ຽວຂ້ອງຂອງເຈົ້າໃນຕໍາແໜ່ງທີ່ເຈົ້່າກໍາລັງສະໝັກ ແລະ ໃຫ້ເຫດຜົນວ່າເປັນຫຍັງບໍລິສັດຈຶ່ງຕ້ອງການຮັບເຈົ້າເຂົ້າເຮັດວຽກ. ການເຮັດແບບນີ້ອາດຈະໃຊ້ເວລາຫຼາຍກວ່າການແນບໄຟລ໌ລົງໃນຊີວະປະຫວັດຫຍໍ້ ແລະ ໜັງສືຂໍສະໝັກວຽກເກົ່າຂອງເຈົ້າ ແຕ່ມັນຈະເຮັດໃຫ້ເຈົ້າໝັ້ນໃຈຂື້ນອີກຂັ້ນວ່າ ເຈົ້າຈະໄດ້ຮັບການພິຈາລະນາ ຈົນສາມາດເຂົ້າເຖິງຂັ້ນຕອນການສໍາພາດວຽກ ແລະ ໄດ້ວຽກໃນຝັນຂອງເຈົ້າ.


    ລອງພະຍາຍາມເຮັດຕາມທຸກຂັ້ນຕອນຂ້າງເທິງກ່ອນທີ່ຈະສະໝັກວຽກ ມັນອາດຈະໃຊ້ເວລາແດ່ໜ້ອຍໜຶ່ງ ແຕ່ເຊື່ອວ່າມັນຈະຄຸ້ມຄ່າແນ່ນອນ.

Comments

Popular posts from this blog

ຄວາມແຕກຕ່າງລະຫວ່າງ ການຂາຍ ແລະ ການຕະຫຼາດ (Sales VS Marketing)

   ຄວາມແຕກຕ່າງລະຫວ່າງ ການຕະຫຼາດ ແລະ ການຂາຍ             ຫຼາຍຄົນມັກຈະລວມ ການຂາຍ ແລະ ການຕະຫຼາດ ໄວ້ໃນໝວດໝູ່ດຽວກັນ, ແຕ່ວິທີການດໍາເນີນງານຂອງທັງສອງພະແນກນີ້ສ່ວນໃຫຍ່ແມ່ນມີຄວາມແຕກຕ່າງກັນຢ່າງສີ້ນເຊີງ.  ເວົ້າໃນຄວາມຫມາຍທີ່ງ່າຍທີ່ສຸດຄື ການຕະຫຼາດ ແມ່ນການສ້າງຄວາມຮັບຮູ້ການມີຢູ່ຂອງ ອົງກອນ ແລະ ແບຣນ ໃຫ້ກັບລູກຄ້າທີ່ມີສັກກະຍະພາບ.  ການຂາຍ ແມ່ນການປ່ຽນບັນດາຜູ້ຊົມເຫຼົ່ານັ້ນໃຫ້ກາຍເປັນຜົນກໍາໄລ, ໂດຍການປ່ຽນລູກຄ້າທີ່ມີສັກກະຍະພາບເປັນລູກຄ້າຂອງເຮົາຢ່າງສົມບູນແບບ.  ເພື່ອໃຫ້ເຂົ້າໃຈຂື້ນຕື່ມອີກໃນດ້ານຄວາມແຕກຕ່າງລະຫວ່າງ ການຂາຍ ແລະ ການຕະຫຼາດ ພວກເຮົາຈະອະທິບາຍເປັນລໍາດັບສຳຄັນລຸ່ມນີ້: ການຂາຍແມ່ນຫຍັງ?             ການຂາຍໝາຍເຖິງ ຂະບວນການຂາຍສິນຄ້າ ແລະ ບໍລິການ ໂດຍຈະມີການໂນ້ມນ້າວລູກຄ້າໃຫ້ມາຊື້ຜະລິດຕະພັນຂອງບໍລິສັດຕົນ ເປັນການໂອນກໍາມະສິດໃນໂຕຂອງຜະລິດຕະພັນ ຫຼື ບໍລິການເພື່ອແລກປ່ຽນກັບເງິນສົດ ຫຼື ຄ່າຕອບແທນອື່ນໆ. ວິທີການສ້າງຍອດຂາຍຈະມີຢູ່ຫຼາຍຮູບແບບ ແຕ່ໂດຍທົ່ວໄປແລ້ວມັກຈະກ່ຽວຂ້ອງກັບການສະແດງຜົນປະໂຫຍດຂອງຜະລິດຕະພັນທີ່ມີຕໍ່ລູກຄ້າຜ່ານການສາທິ...