Skip to main content

ຄວາມແຕກຕ່າງລະຫວ່າງ ການຂາຍ ແລະ ການຕະຫຼາດ (Sales VS Marketing)




  ຄວາມແຕກຕ່າງລະຫວ່າງ ການຕະຫຼາດ ແລະ ການຂາຍ

            ຫຼາຍຄົນມັກຈະລວມ ການຂາຍ ແລະ ການຕະຫຼາດ ໄວ້ໃນໝວດໝູ່ດຽວກັນ, ແຕ່ວິທີການດໍາເນີນງານຂອງທັງສອງພະແນກນີ້ສ່ວນໃຫຍ່ແມ່ນມີຄວາມແຕກຕ່າງກັນຢ່າງສີ້ນເຊີງ.  ເວົ້າໃນຄວາມຫມາຍທີ່ງ່າຍທີ່ສຸດຄື ການຕະຫຼາດ ແມ່ນການສ້າງຄວາມຮັບຮູ້ການມີຢູ່ຂອງ ອົງກອນ ແລະ ແບຣນ ໃຫ້ກັບລູກຄ້າທີ່ມີສັກກະຍະພາບ.  ການຂາຍ ແມ່ນການປ່ຽນບັນດາຜູ້ຊົມເຫຼົ່ານັ້ນໃຫ້ກາຍເປັນຜົນກໍາໄລ, ໂດຍການປ່ຽນລູກຄ້າທີ່ມີສັກກະຍະພາບເປັນລູກຄ້າຂອງເຮົາຢ່າງສົມບູນແບບ.  ເພື່ອໃຫ້ເຂົ້າໃຈຂື້ນຕື່ມອີກໃນດ້ານຄວາມແຕກຕ່າງລະຫວ່າງ ການຂາຍ ແລະ ການຕະຫຼາດ ພວກເຮົາຈະອະທິບາຍເປັນລໍາດັບສຳຄັນລຸ່ມນີ້:

ການຂາຍແມ່ນຫຍັງ?

            ການຂາຍໝາຍເຖິງ ຂະບວນການຂາຍສິນຄ້າ ແລະ ບໍລິການ ໂດຍຈະມີການໂນ້ມນ້າວລູກຄ້າໃຫ້ມາຊື້ຜະລິດຕະພັນຂອງບໍລິສັດຕົນ ເປັນການໂອນກໍາມະສິດໃນໂຕຂອງຜະລິດຕະພັນ ຫຼື ບໍລິການເພື່ອແລກປ່ຽນກັບເງິນສົດ ຫຼື ຄ່າຕອບແທນອື່ນໆ. ວິທີການສ້າງຍອດຂາຍຈະມີຢູ່ຫຼາຍຮູບແບບ ແຕ່ໂດຍທົ່ວໄປແລ້ວມັກຈະກ່ຽວຂ້ອງກັບການສະແດງຜົນປະໂຫຍດຂອງຜະລິດຕະພັນທີ່ມີຕໍ່ລູກຄ້າຜ່ານການສາທິດ ຫຼື ການສະເໜີສ່ວນຫຼຸດພິເສດເພຶ່ອເຮັດໃຫ້ຜະລິດຕະພັນ ຫຼື ບໍລິການ ນັ້ນມີຄວາມໜາສົນໃຈຫຼາຍກ່ວາຄູ່ແຂ່ງ. ການຂາຍ ຄືຈຸດເລີ່ມຕົ້ນຂອງສັນຍາລະຫວ່າງທຸລະກິດ ແລະ ລູກຄ້າ. ພະນັກງານຂາຍມີໜ້າທີ່ໃນການພັດທະນາຊ່ອງທາງການຂາຍ ແລະ ສ້າງຄວາມສໍາພັນທີດີກັບລູກຄ້າຂອງຕົນ.


ການຕະຫຼາດແມ່ນຫຍັງ?

            ການຕະຫຼາດ ເປັນຂະບວນການສ້າງໃຫ້ຄົນມາສົນໃຈໃນຜະລິດຕະພັນຂອງບໍລິສັດໂດຍນໍາໃຊ້ຍຸດທະສາດຕ່າງ ເຊັ່ນ ດ້ານລາຄາ, ດ້ານບັນຈຸພັນ, ການວາງຕໍາແໜ່ງ ແລະ ການສົ່ງເສີມການຂາຍເປັນຕົ້ນ. ຄວາມພະຍາຍາມທາງການຕະຫຼາດ ອາດຈະກ່ຽວຂ້ອງກັບການສ້າງຍອດຂາຍ ຫຼື ບໍ່ກ່ຽວຂ້ອງກໍ່ໄດ້ ແຕ່ຈະເຮັດໃຫ້ຝ່າຍຂາຍດໍາເນີນງານງ່າຍຂື້ນ ແລະ ສ້າງຍອດຂາຍໃນໄລຍະຍາວ.


ອົງປະກອບຫຼັກຂອງ ການຂາຍ ແລະ ການຕະຫຼາດ

           ການຂາຍ ແລະ ການຕະຫຼາດ ແມ່ນມີຄວາມສໍາຄັນສໍາຫຼາຍຕໍ່ກັບທຸລະກິດເກືອບທຸກປະເພດ ເພື່ອໃຫ້ບັນລຸເປົ້າໝາຍຂອງບໍລິສັດຈໍາເປັນຕ້ອງເຂົ້າໃຈມູມມອົງອົງປະກອບຫຼັກຕ່າງໆຂອງແຕ່ລະສາຂາດັ່ງນີ້ຄື:


ວິທີດໍາເນີນການ

        ການຕະຫຼາດ ເປັນສ້າງຄວາມຄຸ້ນເຄີຍໃນຕົວ ຜະລິດຕະພັນ ແລະ ແບຣນຂອງບໍລິສັດ ຕໍ່ກັບລູກຄ້າໃໝ່ ຫຼື ລູກຄ້າເກົ່າ. ອົງກອນຈໍາເປັນຕັອງອະທິບາຍຢ່າງແຈ່ມແຈ້ງວ່າຜະລິດຕະພັນ ຫຼື ບໍລິການຂອງຂະເຈົ້ານັ້ນແມ່ນຫຍັງກັນແທ້ ແລະ ຜະລິດຕະພັນ ຫຼື ບໍລິການເຫຼົ່ານັ້ນສາມາດແກ້ໄຂບັນຫາແນວໃດໃຫ້ກັບລູກຄ້າແນວ ພ້ອມກັບລະບຸລາຄາຂອງຜະລິດຕະພັນ ແລະ ບໍລິການ. ຈາກນັ້ນຝ່າຍການຕະຫຼາດຈະຕ້ອງມາວາງແຜນກໍານົດວ່າແມ່ນໃຜມີແນວໂນ້ມທີ່ຈະສົນໃຈໃນຜະລິດຕະພັນ ຫຼື ບໍລິການເຫຼົ່ານີ້ ແລະ ຂະເຈົ້າສາມາດຫາຊື້ໄດ້ຢູ່ໃສເປັນຕົ້ນ. ໃນທາງກົງກັນຂ້າມ ການຂາຍ ຈະສ້າງແຜນສະຫຼຸບການດໍາເນີນງານ, ເຄື່ອງມື, ຊັບພະຍາກອນ ແລະ ເປົ້າໝາຍການຂາຍໂດຍລວມຂອງບໍລິສັດ ໂດຍຝ່າຍຂາຍມີຄວາມສົນໃຈທີ່ຈະປ່ຽນຜູ້ທີ່ມີຄວາມຮັບຮູ້ ຫຼື ຈົດຈໍາໃນແບຣນ ມາເປັນລູກຄ້າເພື່ອສ້າງຜົນກໍາໄລ ແລະ ສ້າງຄວາມສໍາພັນທີ່ດີຕໍ່ກັບລູກຄ້າ ພ້ອມຕອບຄໍາຖາມດ້ວຍການສະໜອງຂໍ້ມູນກ່ຽວກັບຜະລິດຕະພັນ ຫຼື ບໍລິການນັ້ນ ໃຫ້ແກ່ຂະເຈົ້າ.


ເປົ້າໝາຍ

        ເປົ້າໝາຍຫຼັກຂອງທັງສອງພະແນກ ຄືການສ້າງລາຍໄດ້ໃຫ້ກັບທຸລະກິດ ໂດຍທີ່ການຕະຫຼາດຈະມຸ່ງເນັ້ນໃນເປົ້າໝາຍໄລຍະຍາວ ດ້ວຍການສົ່ງເສີມຜະລິດຕະພັນ ບໍລິສັດ ຫຼື ແບຣນດ້ວຍການສື່ສານຢ່າງແຈ່ມແຈ້ງ ເຊິ່ງເປົ້າໝາຍທໍາອິດຄືການເບິ່ງໃນພາບທີ່ກ້ວາງພ້ອມກັບການອະທິບາຍຜົນຜະໂຫຍດຂອງຜະລິດຕະພັນ ຫຼື ບໍລິການຕໍ່ກັບ ລູກຄ້າໃຫ້ໄດ້ຫຼາຍທີ່ສຸດ ເພ່ືອການສ້າງລາຍໄດ້ໃນລໍາດັບຕໍ່ໄປ. ສ່ວນພະແນກຂາຍ ແມ່ນຈະຄິດໃນຂອບໄລຍະເວລາທີ່ສັ້ນ ໂດຍການຕັ້ງເປົ້າທີ່ຈະບັນລຸໂຄຕ້າ ແລະ ແຈກຍາຍຜະລິດຕະພັນຈາກບໍລິສັດໄປສູ່ຜູ້ບໍລິໂພກຢ່າງມີປະສິດທິພາບຫຼາຍທີ່ສຸດ ເຊັ່ນແຜນການຂາຍລາຍເດືອນ, ລາຍ 3 ເດືອນ, ລາຍ 6 ເດືອນ ຫຼື ລາຍປີ ເປັນຕົ້ນ ເພື່ອໃຫ້ບັນລຸເປົ້າໝາຍນຝ່າຍຂາຍຈະແບ່ງຄວາມຮັບຜິດຊອບແຕ່ລະຄົນ.


ຍຸດທະສາດ

            ເນື່ອງຈາກຄວາມແຕກຕ່າງດ້ານໄລຍະເວລາຂອງທັງສອງພະແນກ ຍຸດທະສາດໃນການບັນລຸເປົ້າໝາຍຈຶ່ງມີຄວາມແຕກຕ່າງກັນ ຝ່າຍການຕະຫຼາດສະໜັບສະໜຸນແຄມເປນທີ່ເປັນປະໂຫຍດຂອງຜະລິດຕະພັນ ແລະ ວິທີການຕອບຄໍາຖາມລູກຄ້າ ທີ່ອາດຈະມີ. ໃນທາງກົງກັນຂາມ ຝ່າຍຂາຍມັກຈະນໍາໃຊ້ວິທີແບບທາງກົງຫຼາຍກ່ວາສໍາລັບຍຸດທະສາດຂອງຕົນ ໂດຍຝ່າຍຂາຍລະບຸຄວາມຈໍາເປັນ ຄວາມຕ້ອງການ ຫຼື ບັນຫາທີ່ຜະລິດຕະພັນ ຫຼື ບໍລິການຂອງຕົນສາມາດແກ້ໄຂໄດ້, ຈາກນັ້ນຈະໂນ້ມນ້າວຜູ້ຊື້ວ່າຂະເຈົ້າຕ້ອງການຜະລິດຕະພັນ ຫຼື ບໍລິການເຫຼົ່ານັ້ນ. 


ຄວາມແຕກຕ່າງລະຫວ່າງ ການຂາຍ ແລະ ການຕະຫຼາດ

            ການຕະຫຼາດ ແລະ ການຂາຍຕ່າງການທາງດ້ານແນວທາງການເຂົ້າເຖິງ ເຖິງແມ່ນວ່າເປົ້າໝາຍສຸດທ້າຍ ຈະແມ່ນການສ້າງກໍາໄລຄືກັນ ນີ້ຄືຄວາມແຕກຕ່າງພື້ນຖານລະຫວ່າງທັງສອງສາຂາຄື:


ວິທີຂອງການຂາຍ:

  • ການຂາຍຈະກ່ຽວຂ້ອງກັບການວາງແຜນການເຄື່ອນຍ້າຍຜະລິດຕະພັນຈາກບໍລິສັດໄປສູ່ຜູ້ບໍລິໂພກ ເຊິ່່ງການຕະຫຼາດຈະກ່ຽວຂ້ອງກັບການວິເຄາະຂໍ້ມູນພື້ນຖານຂອງຜູ້ບໍລິໂພກ ແລະ ການຕັດສິນໃຈວ່າຈະວາງຜະລິດຕະພັນໃນຕໍາແໜ່ງໃດ້ໃຫ້ໜ້າດຶງດູດຍິ່ງຂື້ນ.

  • ການຂາຍ ຈະມີເປົ້າໝາຍໃນຂອບເຂດສັ້ນ ສ່ວນການຕະຫຼາດ ຈະມີເປົ້າໝາຍໃນໄລຍະຍາວ.

  • ຝ່າຍຂາຍ ໃຫ້ຄວາມສໍາຄັນກັບຄວາມຕ້ອງການຂອງບໍລິສັດທີ່ເນັ້ນສ້າງຍອດຂາຍຢ່າງດຽວ ໃນຂະນະທີ່ຝ່າຍການຕະຫຼາດຈະດໍາເນີນການດ້ວຍແນວທາງທີ່ກ້ວາງຂື້ນ ໂດຍເບິ່ງທີ່ຄວາມຕ້ອງການຂອງຕະຫຼາດ ແລະ ໃຊ້ມັນເປັນແຮງຈູງໃຈຫຼັກ.

  • ຝ່າຍຂາຍເຫັນວ່າລູກຄ້າເປັນຈຸດສິ້ນສຸດຂອງຕ່ອງໂສ້ອຸປະທານ ແຕ່ການຕະຫຼາດຖືວ່າລູກຄ້າເປັນຈຸດເລີ່ມຕົ້ນຂອງຂະບວນການຕ່າງ ແລະ ໃຊ້ຄວາມຕ້ອງການຂອງຜູ້ບໍລິໂພກໃນການຂັບເຄື່ອນຄວາມຕ້ອງການໃນຕົວສິນຄ້າ.

  • ຝ່າຍຂາຍສະແດງວິທີແບບແຍກສ່ວນ ໂດຍເນັ້ນທີ່ການຍ້າຍຜະລິດຕະພັນທັງໝົດທີ່ຈັດຫາໃຫ້ ການຕະຫຼາດໄດ້ຮັບການຂັດເກົາຫຼາຍຂື້ນ ແລະ ມີແນວທາງແບບສໍາພັນທີ່ກໍານົດຄວາມຕ້ອງການຂອງລູກຄ້າ ແລະ ພະຍາຍາມຕອບສະໜອງຄວາມຕ້ອງການເຫຼົ່ານັ້ນ.


ວິທີຂອງການຕະຫຼາດ

  • ການຕະຫຼາດ ພົວພັນກັບລູກຄ້າຫຼາກຫຼາຍປະເພດ ແລ້ວສ້າງແບບຈໍາລອງລູກຄ້າໃນອຸດົມຄະຕິເພື່ອມຸ້ງເນັ້ນຄວາມພະຍາຍາມທາງການຕະຫຼາດ. ຝ່າຍຂາຍ ເນັ້ນໄປທີ່ລູກຄ້າເປົ້າໝາຍພຽງຜູ້ໃດຜູ້ໜຶ່ງ ແລະ ມັກຈະພົວພັນກັບຜູ້ຊື້ແຕ່ລະຄົນ.

  • ການຕະຫຼາດຂັບເຄື່ອນຜ່ານການໂຕ້ຕອບກັບສື່ ໃນຂະນະທີ່ການຂາຍເປັນຂະບວນການລະຫວ່າງບຸກຄົນ

  • ການຕະຫຼາດມີເປົ້າໝາຍເພື່ອດຶງດູດລູກຄ້າໃຫ້ມາຮູ້ຈັກກັບຜະລິດຕະພັນ ໃນທາງກົງກັນຂ້າມກັນ ຝ່າຍຂາຍພະຍາຍາມສົ່ງຜະລິດຕະພັນໃຫ້ເຂົ້າຫາລູກຄ້າ

Comments

Popular posts from this blog

5 ສິ່ງທີ່ຄວນເຮັດກ່ອນສະໝັກວຽກ

5 ສິ່ງທີ່ຄວນເຮັດກ່ອນຈະສະໝັກວຽກ (ໂດຍສະເພາະຜູ້ທີກໍາລັງເຂົ້າສູ່ເສັ່ນທາງສາຍອາຊີບໃໝ່ໆ) ການຊອກສະໝັກວຽກໃນປະຈຸບັນມັນບໍ່ແມ່ນເລື່ອງງ່າຍສະເໜີໄປສໍາລັບບາງຄົນ ບວກກັບສະຖານະການວິກິດໂຄວິດ-19 ໃນປະຈຸບັນແລ້ວຍິ່ງເຮັດໃຫ້ຍາກຂື້ນໄປອີກ ໂດຍສະເພາະນັກສຶກສາທີ່ຫາກໍ່ຈົບໃໝ່ໆ ຫລື ຜູ້ທີ່ກໍາລັງກ້າວເຂົ້າສູ່ເສັ້ນທາງສາຍອາຊີບໃໝ່ໆ. ບໍ່ວ່າຄົນທີ່ມີວຽກຢູ່ແລ້ວ ແລະ ຕ້ອງການທີ່ຈະປ່ຽນວຽກໃໝ່ ຫຼື ກໍາລັງວ່າງງານຢູ່ກໍ່ຕາມ. ໃນຂະນະທີ່ເຈົ້າກກໍາລັງຊອກສະໝັກວຽກ ຫຼື ກໍາລັງຍື່ນໃບສະໝັກຢູ່ນີ້ ເຈົ້າຈະຕ້ອງໝັ້ນໃຈເສຍກ່ອນວ່າ ເຈົ້າໄດ້ກຽມພ້ອມຢ່າງເຕັມທີ່ເພື່ອໃຫ້ໄດ້ວຽກໃນຝັນຂອງເຈົ້າ. ດ້ານລຸ່ມນີ້ແມ່ນ 5 ສິ່ງທີ່ເຈົ້າຄວນປະຕິບັດກ່ອນຈະສະໝັກວຽກ ເພື່ອຊ່ວຍໃຫ້ເຈົ້າໝັ້ນໃຈໄດ້ວ່າການຊອກວຽກຂອງເຈົ້າເປັນໄປຢ່າງລາບລື່ນ ແລະ ວ່ອງໄວເທົ່າທີ່ຈະເປັນໄປໄດ້. ອ່ານລາຍລະອຽດປະກາດຮັບສະໝັກວຽກຢ່າງຖີ່ຖ້ວນ     ເຊື່ອວ່າຫຼາຍຄົນເມື່ອເຫັນປະກາດຮັບສະໝັກວຽກໃນຕໍາແໜ່ງທີ່ຕົນກໍາລັງຊອກສະໝັກຢູ່ແລ້ວກໍ່ຕັດສິນໃຈຍື່ນສະໝັກໂລດ ໂດຍບໍ່ໄດ້ໃຊ້ເວລາອ່ານປະກາດຮັບສະໝັກວຽກຢ່າງຖີ່ຖ້ວນເສຍກ່ອນ ຍິ່ງຖ້າເຫັນເງິນເດືອນທີ່ສູງໃນປະກາດຮັບສະໝັກຂອງບາງບໍລິສັດ ຍິ່ງແລ້ວກັນໃຫຍ່. ການອ່ານປະກາດຮັບສະໝັກວຽກຢ່າງທີ່ຖ້ວນມັນຈະເປັນປ...