5 ສິ່ງທີ່ຄວນເຮັດກ່ອນຈະສະໝັກວຽກ (ໂດຍສະເພາະຜູ້ທີກໍາລັງເຂົ້າສູ່ເສັ່ນທາງສາຍອາຊີບໃໝ່ໆ) ການຊອກສະໝັກວຽກໃນປະຈຸບັນມັນບໍ່ແມ່ນເລື່ອງງ່າຍສະເໜີໄປສໍາລັບບາງຄົນ ບວກກັບສະຖານະການວິກິດໂຄວິດ-19 ໃນປະຈຸບັນແລ້ວຍິ່ງເຮັດໃຫ້ຍາກຂື້ນໄປອີກ ໂດຍສະເພາະນັກສຶກສາທີ່ຫາກໍ່ຈົບໃໝ່ໆ ຫລື ຜູ້ທີ່ກໍາລັງກ້າວເຂົ້າສູ່ເສັ້ນທາງສາຍອາຊີບໃໝ່ໆ. ບໍ່ວ່າຄົນທີ່ມີວຽກຢູ່ແລ້ວ ແລະ ຕ້ອງການທີ່ຈະປ່ຽນວຽກໃໝ່ ຫຼື ກໍາລັງວ່າງງານຢູ່ກໍ່ຕາມ. ໃນຂະນະທີ່ເຈົ້າກກໍາລັງຊອກສະໝັກວຽກ ຫຼື ກໍາລັງຍື່ນໃບສະໝັກຢູ່ນີ້ ເຈົ້າຈະຕ້ອງໝັ້ນໃຈເສຍກ່ອນວ່າ ເຈົ້າໄດ້ກຽມພ້ອມຢ່າງເຕັມທີ່ເພື່ອໃຫ້ໄດ້ວຽກໃນຝັນຂອງເຈົ້າ. ດ້ານລຸ່ມນີ້ແມ່ນ 5 ສິ່ງທີ່ເຈົ້າຄວນປະຕິບັດກ່ອນຈະສະໝັກວຽກ ເພື່ອຊ່ວຍໃຫ້ເຈົ້າໝັ້ນໃຈໄດ້ວ່າການຊອກວຽກຂອງເຈົ້າເປັນໄປຢ່າງລາບລື່ນ ແລະ ວ່ອງໄວເທົ່າທີ່ຈະເປັນໄປໄດ້. ອ່ານລາຍລະອຽດປະກາດຮັບສະໝັກວຽກຢ່າງຖີ່ຖ້ວນ ເຊື່ອວ່າຫຼາຍຄົນເມື່ອເຫັນປະກາດຮັບສະໝັກວຽກໃນຕໍາແໜ່ງທີ່ຕົນກໍາລັງຊອກສະໝັກຢູ່ແລ້ວກໍ່ຕັດສິນໃຈຍື່ນສະໝັກໂລດ ໂດຍບໍ່ໄດ້ໃຊ້ເວລາອ່ານປະກາດຮັບສະໝັກວຽກຢ່າງຖີ່ຖ້ວນເສຍກ່ອນ ຍິ່ງຖ້າເຫັນເງິນເດືອນທີ່ສູງໃນປະກາດຮັບສະໝັກຂອງບາງບໍລິສັດ ຍິ່ງແລ້ວກັນໃຫຍ່. ການອ່ານປະກາດຮັບສະໝັກວຽກຢ່າງທີ່ຖ້ວນມັນຈະເປັນປ...
AsipTargets ສ້າງເນື້ອກ່ຽວກັບອາຊີບ ເພື່ອເປັນຂໍ້ມູນໃນການກຽມຄວາມພ້ອມດ້ານອາຊີບຂອງທ່ານ